ປະຫວັດຕ່າງໆ

แสดงเพิ่มเติม

ວັດຫໍສ່ຽງ ວໍຣະວິຫາຣ ນະຄອນຫວງພຣະບາງ

 

ວັດຫໍສ່ຽງ ວໍຣະວິຫາຣ ນະຄອນຫວງພຣະບາງ


ຢູ່ເທິງບ້ານຮ່ອມຫົວຊຽງ ເປັນບ່ອນພຣະໄຊຍະເສດຖາທິຣາຊ ຕັ້ງຫໍສ່ຽງຈະສ້າງວັດສີມະຫາທາຕຸຣາຊບໍວໍຣະວິຫານ ພາຍຫຼັງມາຄຳວ່າຫໍສ່ຽງເລີຍຜັນແປມາເປັນຫົວຊຽງ.
 













 
ປີຮັບເຮົາ ຈ.ສ.1067 (ຄ.ສ.1705,ພ.ສ.2248) ເດືອນຍີ່ ແຮມ3ຄ່ຳວັນພຸດ ກະວານແສນມື້ຊ້າກັບທັງແມ່ມານດາ ພຣະລິຍາ ບຸຕາ ບຸຕີ ນັດດາ ພັນທຸວັງສາ ທາສາທາສີ ພ້ອມກັນມີຈິດເຈຕະນາຍິ່ງຈິ່ງໄດ້ສ້າງມະຫາວິຫານວັດຫໍສ່ຽງ ໄດ້ 4 ປີຈິ່ງບໍລິບວນຊຳຣຸດຊຸດໂຊມລົງ.
ປີກ່າໃຄ້ ຈ.ສ.1285(ຄ.ສ.1923, ພ.ສ.2466) ໄທບ້ານຫົວຊຽງແຜ່ເງິນນຳເຈົ້ານາຍເສນາຂ້າຣາຊການແລະຣາຊດອນປະຕິສັງຂອນຂຶ້ນໃໝ່ ແຕ່ປະເພນີຮັກສາພຣະພຸດທະຮູບລົງສົງເດືອນ 5 ກັບຫຼµນຮູບເຕົາເດືອນ 12 ນັ້ນໄດ້ເລີກລາໜີໄປແລ້ວ.
ພຣະພຸດທາເປັນເຈົ້າອາວາດມໍຣະນະພາບ ພຣະປານແທນແລ້ວລາສິກຂາ ພຣະສຸວັນເປັນເຈົ້າອາທິການແລ້ວມໍຣະນະພາບເດືອນ 9 ປີກົດຍີ ຈ.ສ.1312 (ຄ.ສ.1950, ພ.ສ.2493) ພຣະມ້າວແທນລາສິກຂາໄປຕາຍບ້ານປາກບໍ່ ພຣະແພງໂສມອຸໄລແທນລາສິກຂາໄປເອົາເມຍຢູ່ບ້ານຈ່ານ.
ປີເຕົາສີ ຈ.ສ.1314 (ຄ.ສ.1952, ພ.ສ.2495) ພຣະຫຼ້າ ໂຣຫະປັນໂຍ ເປັນເຈົ້າອະທິການໄດ້ສ້າງລະບຽງຝ່າຍຕາເວັນອອກແລະຕາເວັນຕົກ, ພອກຄຳພຣະພຸດທະຮູບອົງຫຼວງ, ຝາປະຕູໜ້າຕ່າງ ແລະ ສີໜ້າວັດກັບຊ່ອມແຊມຂັ້ນໄດໃຫຍ່ລົງໄປທາງຫຼວງ.

ເກັບກໍາຂໍ້ມູນ ແລະ ນໍາສະເນີໂດຍ : ລາວ Temple


ความคิดเห็น