ປະຫວັດຕ່າງໆ

แสดงเพิ่มเติม

ວັດສີສະເກດ “ສະຕະສະຫັສສາຣາມ” ນະຄອນຫຼວງວຽງຈັນ ມີສອງຊື່

 

ທ່ານຮູ້ບໍວ່າ ວັດສີສະເກດ “ສະຕະສະຫັສສາຣາມ” ນະຄອນຫຼວງວຽງຈັນ ມີສອງຊື່

ອິງຕາມພົງສາວະດານ ວັດສີສະເກດມີສອງຊື່ຄື ວັດສີສະເກດ ແລະ “ສະຕະສະຫັສສາຣາມ”ຖ້າແປຄວາມໝາຍຕາມພາສາລາວແລ້ວແມ່ນ ແສນ, ການເອີ້ນວ່າວັດແສນ ຫຼື ສະຕະສະຫັສສາຣາມ ແມ່ນບໍ່ຄອ່ຍຈະເອີ້ນ ປະຊາຊົນພົນລະເມືອງນະຄອນຫຼວງວຽງຈັນມັກຈະເອີ້ນວ່າ ວັດ ສີສະເກດ ຊື່ວັດສີສະເກດກໍ່ມີຫຼາຍວັດ ຫຼາຍບ້ານທີ່ໃສ່ຊື່ສີສະເກດຄືກັນ [ບ້ານ ສີສະເກດ ແມ່ນຕັ້ງຢູ່ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ປະຈຸບັນ ບ້ານ ສີສະເກດ ແມ່ນໂຮມເຂົ້າ ກັບບ້ານຊຽງຢືນ) ເລີຍຂື້ນກັບບ້ານຊຽງຢືນ
ແລະ ມີວັດໜຶ່ງທີ່ໃສ່ຊື່ວັດສີສະເກດ ຢູ່ ຈັງຫວັດໜອງຄາຍ ກໍ່ມີຊື່ຄືກັນກັບ ວັດສີສະເກດ





ວັດ ສີສະເກດມີປະຕູເຂົ້າອອກປະຕູສິມ ແລະ ພຣະພຸດທະຮູບປິ່ນໜ້າໄປທາງທິດຕາເວັນຕົກທາງຝາກນໍ້າຂອງ ມີບາງຂໍ້ຄິດເຫັນຂອງນັກຄົ້ນຄວ້າປະຫວັດສາດເວົ້າວ່າສະໄໝເຈົ້າອະນຸວົງສ້ອມແປງ ວັດສີສະເກດ ນັ້ນໄດ້ໃຫ້ສ້າງປະຕູສິມ ແລະ ຕັ້ງພຣະພຸດທະຮູບປິ່ນໜ້າໄປທາງທິດຕາເວັນຕົກນັ້ນກໍ່ເພື່ອໃຫ້ເປັນສີລິມຸງຄຸນເພື່ອໃຫ້ບ້ານເມືອງ ມີຄວາມເຫຼືອມໃສ ສີວິໄລ ປະຊາລາດສະດອນມີຄວາມຝັກໄຝ່ຊື່ສັດສຸດຈະລິດຕໍ່ເຈົ້າແຜ່ນດີນ.
ພຣະເຈົ້າອະນຸວົງ ໃນເວລາພັກຜ່ອນ, ເວລາໃດພຣະອົງກໍ່ນອນປິ່ນຫົວໄປເບື້ອງ ວັດສີສະເກດຢູ່ສະເໜີ.
ສວ່ນຊື່ວັດສະຕະສະຫັສສາຣາມ ຫຼື ວັດແສນ ຕາມພຣະຄູຍອດແກ້ວ ໂພນສະເມັກ ໃຫ້ຂໍ້ຄິດວ່າ : ເອີ້ນວ່າວັດແສນ ກໍ່ຍ້ອນວ່າຢູ່ໃນສິມ ມີ ພຣະພຸດທະຮູບປາງພຣະບາງທີ່ເຮັດດວ້ຍທອງມີນໍ້າໜັກສີ່ແສນເກົ້າສິບແປດພັນ (498000) ຕໍ່ມາຄໍາສັບອື່ນໆໄດ້ຖືກຕັດອອກຍັງເຫຼືອແຕ່ຄໍາວ່າແສນ ສະນັ້ນຈິ່ງເອິ້ນວ່າ ວັດແສນ ຫຼື ສະຕະສະຫັສສາຣາມ
ວັດ ສີສະເກດ ສະຕະສະຫັສສາຣາມ ແມ່ນວັດທີ່ສັກສິດ ຍ້ອນການດູແລຮັກສາຂອງເຈົ້າອະນຸວົງ ຜ່ານ 2 ສະຕະວັດ ຢູ່ວຽງຈັນໄດ້ເກີດມີຫຼາຍເຫດການທີ່ເກີດຂື້ນເຊັ່ນ : ເສິກສົງຄາມທໍາລາຍຈູດເຜົາວຽງຈັນຢ່າງຮາບກ້ຽງ ວຽງຈັນເຄີຍເປັນເມືອງຮ້າງມີແຕ່ເຖົ້າຖ່ານ ວັດວາອາຣາມ ພຣະທາຕຸເຈດີກໍ່ຖືກທໍາລາຍແຕ່ວ່າວັດສີສະເກດບໍ່ຖືກທໍາລາຍ ບັນດາພຣະພຸດທະຮູບຍັງຮັກສາໄວ້ຢ່າງຫຼວງຫຼາຍ.

ນໍາສະເໜີໂດຍ : ວັດສີສະເກດ “ສະຕະສະຫັສສາຣາມ”


ความคิดเห็น