ປະຫວັດຕ່າງໆ

แสดงเพิ่มเติม

ມຸກໃນ ວັດສີສະເກດ “ສະຕະສະຫັສສາຣາມ”

 



ມຸກໃນ ວັດສີສະເກດ “ສະຕະສະຫັສສາຣາມ”
ວັດສີສະເກດໄດ້ມີໂຄງສ້າງ ປະດັບປະດາທີແຕກຕ່າງກວ່າບ່ອນອື່ນໆ ສວ່ນຫຼາຍຈະປະດັບປະດາຮູບໃບໄມ້, ດອກດວງ ຮູບພຣະອີນກໍາລັງປະນົມມື, ຮູບພຣະພຸດທະເຈົ້າກໍາລັງນັ່ງສະມະທິ...ສົ້ນສາຍຄາມຸກວັດປະດັບປະດາດວ້ຍຮູບນາກໂງຫົວຂື້ນ ມຸກກົມມະລຽນປະກອບມີຮູບເທບພຣະເຈົ້າກໍງລັງປະນົມມືປະສົມປະສານກັບຮູບດອກໄມ້, ຮູບນົກ ສວ່ນມຸກເສີມ ປະກອບມີເທບພຣະເຈົ້າມືຂວາກໍາລັງຈັບງາ້ວປີ່ນຂື້ນ ຫຼືດາບສີຂັນໄຊ ມືຊ້າຍຍົກຂື້ນພຽງເອີກເຊີ່ງປະສົມປະສານກັບຮູບດອກດວງມາລາຕ່າງໆ ພ້ອມກັບຮູບນົກ , ທັງໝົດນັ້ນສະແດງໃຫ້ເຫັນຝີມືປານີດໃນການຄວັດຂອງນາຍຊ່າງລາວ ຢ່າງແທ້ຈິງ.
ສະຖາປັດຕະຍະກໍາຂອງລາວບໍ່ພຽງແຕ່ຈະຢຸດຈຶ້ງຢູ່ໃນການສ້າງວັດເທົ່ານັ້ນ ຄົນລາວມີມູນເຊື້ອຂະຫຍັນພຽນໃຊ້ຍາດເຫື່ອແຮງງານ, ໃຊ້ຝີມື, ສະຕິປັນຍາມັນສະໝອງຂອງຕົນເພື່ອສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງ, ສ້າງພື້ນຖານການດໍາລົງຊີວິດອັນແໜ້ນໜາຕະຫຼອດມາ.

ນໍາສະເໜີໂດຍ : ວັດສີສະເກດ “ສະຕະສະຫັສສາຣາມ”

ความคิดเห็น