ປະຫວັດຕ່າງໆ

แสดงเพิ่มเติม

ຍອດຊໍ່ຟ້າຖືວ່າສະຖາປັດຕະຍະກັມສີລະປະລາວ,

 


ຍອດຊໍ່ຟ້າຖືວ່າສະຖາປັດຕະຍະກັມສີລະປະລາວ, ສິ່ງທີ່ໂດດເດັ່ນສຸດນັ້ນແມ່ນ "ຍອດຊໍ່ຟ້າ" ສິມ, ສາລາໂຮງທັມ ແລະສະຖາປັດຕະຍະກັມອື່ນໆໃນໃນລາວ ຫຼືນອກດິນລາວໃນປັດຈຸບັນນັ້ນ ຫາກມີຍອດຊໍ່ຟ້າແລ້ວ ນັ້ນຄືສະຖາປັດຕະຍະກັມລາວ, ສະນັ້ນປະເພນີການສ້າງຍອດຊໍ່ຟ້າໃສ່ຫລັງຄາສະຖາປັດຕະຍະກັມອື່ນໆ ໃນລາວ ຈຶ່ງຖືວ່າເປັນສິ່ງສຸດຍອດແຫ່ງສິລປະ, ປະເພນີການສ້າງຍອດ ຊໍ່ຟ້າໃນລາວ ສ່ວນຫຼາຍຈະເຫັນຍອດຫຼາຍສູງສູດພຽງ ໙ ຍອດ ລົງມາຈົນຮອດຍອດດຽວ. - ການສ້າງຍອດຊໍ່ຟ້າໃນອະດີດ ໙ ຍອດນັ້ນ ແມ່ນມີອະພິສິດແຕ່ເຈົ້າມະຫາຊີວິດ ແລະອັກຄະມະເຫສີເທົ່ານັ້ນ ສ່ວນເຊື້ອພຣະອົງອື່ນ ແລະຂ້າຣາຊະບໍຣິພານຮອງລົງມາ ຈົນຮອດສົມເດັດພຣະສັງຄະຣາດ ຈະສ້າງຍອດຊໍ່ຟ້າໄດ້ແຕ່ພຽງ ໗ ຍອດ, ຂ້າຣາຊະການຊັ້ນສາມັນຕ່ຳລົງມາສ້າງໄດ້ ໗ ຍອດນັບແຕ່ເຈົ້າເມືອງນ້ອຍ ແລະພຣະສົງຜູ້ເປັນເຈົ້າ ຄະນະເມືອງສ້າງໄດ້ ໕ ຍອດ, ເຈົ້າຄະນະຕາແສງ ແລະເຈົ້າອະທິການວັດ ເຈົ້າຂຸນມູນນາຍສ້າງໄດ້ ໓ ຍອດ ສ່ວນສາມັນຊົນຄົນທັມມະດາ ສ້າງໄດ້ ໑ ຍອດ; ແຕ່ດ້ວຍເຫດໃດ ສິມວັດຊຽງທອງ ຈຶ່ງມີ ໑໕ ຍອດ ລະບຸດສະບົກອີກ ໒ ລະ. - ນັ້ນມັນຍ່ອມມີຄວາມໝາຍ ແລະທີ່ມາ, ການທີ່ສິມວັດຊຽງທອງມີຍອດຊໍ່ຟ້າ ໑໕ ຍອດ ແລະບຸດສະບົກອີກ ໒ ນັ້ນໝາຍເຖິງຄວາມເຊື່ອສູງສຸດອັນມີທີ່ມາໃນຄວາມເຊື່ອຂອງ ສາສນາພຣາມ ແລະສາສນາພຸດປົນກັນ. - ຍອດຊໍ່ຟ້ານີ້ ມີຄວາມໝາຍເຖິງພູເຂົາພຣະສຸເມຣຸ ຫຼືເຂົາພຣະສຸເມນ ຫຼືເຂົາພຣະເມນ-ພຣະເມມກໍຮຽກ, ທີ່ຮອບລ້ອມດ້ວຍ ເຂົາສັດຕະບົວຣິພັນອີກ ໗ ຊັ້ນ, ເຮົາຈະເຫັນຕຳແໜ່ງຍອດສຸດຂອງຍອດຊໍ່ຟ້າ ເປັນເຂົາພຣະສຸເມຣຸ ຄ້າຍປາສາດ, ແລະມີປະຕູກົງກາງ ອັນໝາຍເຖິງປະຕູທັງ ໔, ແລະແວດລ້ອມດ້ວຍເຂົາສັຕຕະບົວຣິພັນ ຄຳວ່າ ສັຕຕະບົວຣິພັນນັ້ນ ມີຄວາມໝາຍວ່າ "ສຕຕ" ເປັນພາສາປາລີ ໝາຍເຖິງ "ເຈັດ" ບົວຣະພັນອາດໝາຍເຖິງອ້ອມຮອບ, ນອກຈາກນັ້ນແລ້ວ ເຮົາຍັງເຫັນບຸດສະບົກ ທີິສູງອີກ ໒ ຕັ້ງອ້ອມເຂົາສັດຕະບົວລະພັນອີກ ນັ້ນໝາຍເຖິງມະຫາທະວີບທັງ ໔ ອັນອ້ອມຮອບໄປດ້ວຍມະຫາສະໝຸດສີທັນດອນອີກອັນໝາຍເຖິງຫຼັງຄາທັງ ໔ ດ້ານຂອງສິມ ແຕ່ຮູບທີ່ເຮົາເຫັນດພັດເຫັນພຽງດ້ານດຽວ ຍອດຊໍ່ຟ້ານີ້ ຈຶ່ງເປັນການຈຳລອງເຂົາສັດຕະບົວຣິພັນ ຫຼືເຂົາພຣະເມຣຸມາສພ່າເຄິ່ງ ເຂົາພຣະສັຕຕະບົວຣິພັນນັ້ນ ຕາມຄວາມເຊື່ອຂອງ ສາສນາພຣາມນັ້ນ ມີພຣະອານນົນໜູນໄວ້ຢູ່ ຄົງໝາຍເຖິງຕົວສິມເປັນຕົວແທນຂອງປາອານົນດ ອັນວ່າປາອານົນນັ້ນ ນອນໝູນໂລກອັນນີ້ຢູ່ຊົ່ວກັບຊົ່ວກັນ ຈຶ່ງມີຄຳອະທິບາຍເຣື່ອງແຜ່ນດິນໄຫວວ່າ "ປາອານົນຕິງຕົວຈຶ່ງເຮັດໃຫ້ແຜ່ນດິນໄຫວ". - ແຕ່ຄວາມໝາຍທາງສາສນາພຸດນັ້ນ ຍອດຊໍ່ຟ້າອາດໝາຍເຖິງສະຫວັນ ສ່ວນທີ່ເປັນນເຈັດຊັ້ນນັ້ນອາດໝາຍເຖິງມະຫາຈັກກະວານອ້ອມຮອບ, ແຕ່ຢ່າງໃດກໍຕາມດັ່ງທີບອກ ແລ້ວ ສະຖາປັດຕະຍະກັມລາວນັ້ນຈະມີຍອດຊໍ່ຟ້າອັນເປັນສຸດຍອດສະຖາປັດຕະຍະກັມເອກະລັກລາວ, ເຊິ່ງສິລປະສະຖະປັດຕະຍະກັມຊາດອື່ນບໍ່ມີ ຫາກມີຍອດຊໍ່ຟ້າ ກໍບໍ່ຢູກົງການອາຄານ ເຊັ່ນລາວເຮົາມີຍອດຊໍ່ຟ້າ, ມີໃບຣິກາ, ຫາງໂຫງ ຍອດຊໍ່ຟ້າອາດເປັນຄະຕິທາງພຸດທະສາສນາ ອັນໝາຍເຖິງສະຫວັນຊັ້ນທີ ໗ ກໍເປັນໄດ້, ແຕ່ຂອງໄທ ນັ້ນມີຍອດຊໍ່ຟ້າ ໃບຣິກາ ຫາງໂຫງເຊັ່ນກັນ ອັນວ່າ ຍອດຊໍ່ຟ້າຂອງໄທຍ໌ນັ້ນ ເຂົາຈະຖືເອົາ ຍອດທີິ່ລາວເຮົາຮຽກວ່າ "ໂງ່". - ເຂົາສັດຕະບົວຣິພັນ ຫຼືເຂົາສັດຕະບົວຣະພັນໃນຄະຕິຄວາມເຊື່ອຂອງສາສນາພຸດແບບລາວນັ້ນ ຍອດສຸດໝາຍເຖິງ "ສະຫວັນ" ສ່ວນຍອດຂ້າງລະ ໗ ຍອດນັ້ນ ໝາຍເຖິງສັຕຕະບົວຣິພັນ ອັນເປັນຮູບຕັດຂອງມະຫາຈັກກະວານ, ສ່ວນບຸດສະບົກ ໒ ຍອດນັ້ນໝາຍເຖິງ ກຳແພງຈັກກະວານອັນເປັນທີຢູ່ຂອງເທບເທວານັ້ນເອງ ຈໍານວນຂອງຍອດຊໍ່ຟ້າໃນລາວເຮົາມີຢູ່ຄື : 1 ຍອດ, 3 ຍອດ, 5 ຍອດ, 7 ຍອດ, 9 ຍອດ, 11 ຍອດ, 15 ຍອດ, ແລະ 17 ຍອດ . ຄວາມໝາຍແລະຄວາມເປັນມາຂອງຍອດຊໍ່ຟ້າ ນອກຈາກຜູກພັດທະສີມາຫຼືຝັງລູກນິມິດແລ້ວ ພັດທະສີມານັ້ນຈຳເປັນຕ້ອງມີຍອດຊໍ່ຟ້າ ຊຶ່ງຢູ່ຈຸດສູງສຸດຂອງສີມ ເປັນເຄື່້ອງໝາຍແຫ່ງການຄົບອົງປະກອບທາງອາຄານສຳຄັນຂອງສາສະໜາ ຍອດຊໍ່ຟ້າໝາຍເຖິງ ຊໍ່ທີ່ຍືດຂື້ນໄປເທິງທ້ອງຟ້າເປັນສັນຍາລັກແຫ່ງການບູຊາພຣະຣັຕນະຕຣັຍ ແລະຈຳພວກ ເທພ ເທິງສະຫວັນຊັ້ນຟ້າ ຍອດຊໍ່ຟ້າຈະນຳໃຊ້ປະດັບສະເພາະ ພຣະຣາຊວັງ ສີມາ ວິຫານແລະສິ່ງກໍ່ສ້າງອື່ນໆ ບາງປະເພດ ໃນວັດ ເທົ່ານັ້ນ ຄວາມຈິງແລ້ວ ຍັງບໍ່ມີຜູ້ໃດສາມາດອະທິບາຍທີ່ມາຂອງຍອດຊໍ່ຟ້າໄດ້ຢ່າງຄົບຖ້ວນແລະຮູບຮ່າງ ໜ້າຕາຍອດຊໍ່ຟ້າກໍມີຕ່າງໆ ກັນແລ້ວແຕ່ວ່າເປັນຂອງພູມິພາກໃດເຊັ່ນ ບາງແຫ່ງປັ້ນເປັນຮູບສັດທຳມະດາຫຼືເປັນສັດຫິມະພານກໍໄດ້ ຢ່າງໃດກໍຕາມມີຄົນພະຍາຍາມອະທິບາຍຮູບລັກສະນະແລະຄວາມໝາຍຍອດຊໍ່ຟ້າໄວ້ຕ່າງກັນ ດັ່ງນີ້ : - ຮູບເໝືອນຫົງຫຼືນົກໃນເທພນິຍາຍໝາຍເຖິງ ແດນສະຫວັນທັງຫົກຊັ້ນ ຊຶ່ງເປັນການປະສົມຄໍາລະຫວ່າງຄຳວ່າ ຍອດ ຊໍ່ແລະຟ້າ ຍອດໝາຍເຖິງ ສູງສຸດ ຊໍ່ໝາຍເຖິງ ພວງ ສ່ວນຟ້າໝາຍເຖິງ ສ່ວນທາງເທິງຫຼືແດນສະຫວັນ - ສິ່ງທີ່ຍືດອອກໄປ ໝາຍເຖິງການຍືດອອກໄປສູ່ແດນສະຫວັນ - ຮູບຫົວນາກຢູ່ເຄິ່ງກາງສັນຫຼັງຄາ ມັກຈະມີຜາສາດອົງນ້ອຍໆ ຫຼືເສດຕະສັດຕັ້ງຢູ່ ໝາຍເຖິງ ພູເຂົາພຣະສຸເມຣຸ ແລະນ້ຳຈະຕ້ອງໄຫຼຈາກຈຸດນີ້້ ຊຶ່ງນຳໃຊ້ຮູບນາກຫຼືມັງກອນເປັນສັນຍາລັກ ສະຫລຸບແລ້ວ ຄວາມໝາຍທີ່ແທ້ຈິງຂອງຍອດຊໍ່ຟ້າ ໜ້າຈະເປັນນາກເພາະມີຄວາມກ່ຽວຂ້ອງເຖິງ ເຫດການທີ່ໄດ້ ເກີດ ຂື້ນໃນຣະບົບພູມຈັກວານກ່າວຄື ການຕໍ່ສູ້ລະຫວ່າງພຣະຍາອິນກັບນາກເທິງພູເຂົາພຣະສຸເມຣຸ ຊຶ່ງທຳໃຫ້ນາກຕ້ອງ ຜ່າຍແພ້ (ເສຍໄຊ)ແລະປ່ອຍໃຫ້ນ້ຳໄຫຼລົງມາຫຼໍ່ລ້ຽງຊີວິຕໃນໂລກ ໃນສະໄຫມຫນຶ່່ງ ພຣະຍາອິນໃນອະດີດຊາດເປັນມະນຸດໃນໝູ່ບ້ານອະຈະລະຄາມ ແຄວ້ນມະຄົດ ນາມວ່າ ມັກຄະມານົບ ມັກບຳເພັນປະໂຫຽດແກ່ສາທາລະນະຊົນເປັນປະຈຳ ໂດຍຕັ້ງຄະນະຜູ້ບຳເພັນສາທາຣະນະປະໂຫຍດຈຳນວນ 33 ຄົນ ເຊັ່ນ ສ້າງຫົນທາງໃຫ້ຄົນສັນຈອນໄປມາ ຖາງສະຖານທີ່ຮົກຮ້າງຫວ່າງເປົ່າໃຫ້ເປັນສວນອຸທຍານສະຖານທີ່ພັກຜ່ອນ ສ້າງສາລາ ແຄມທາງ ຫ້ອງນ້ຳ ປູກຕົ້ນໄມ້ໃຫ້ມີຮົ່ມ ຂຸດນ້ຳສ້າງໃຫ້ປະຊາຊົນໄດ້ໃຊ້ໃນລະດູແລ້ງ ກາລຜ່ານມາ ມັກຄະມານົບພ້ອມດ້ວຍບໍຣິວານໄດ້ສ້າງສາລາຫຼັງໃຫຽ່ໄວ້ໃຫ້ຜູ້ຄົນໄດ້ພັກຜ່ອນ ມີຫ້ອງປະຊຸມ ສວນດອກໄມ້ ຫ້ອງນ້ຳ ສະນ້ຳ ເປັນຕົ້ນ ພວກເຂົາໄດ້ເຊິນຊວນຄົນທັງຫຼາຍມາສ້າງຮ່ວມກັນດ້ວຍ ຊຶ່ງມັກຄະມານົບ ຜູ້ເປັນຫົາໜ້າມີພັນລະຍາ 4 ຄົນ ນາມວ່າ ສຸນັນທາ ສຸຈິດຕາ ສຸທັມມາ ສຸຊາດາ ໜຶ່ງໃນ 4 ຄົນນີ້ ຜູ້ມີປັນຍາດີນາມວ່າ ສຸທັມມາ ໄດ້ຫານາຍຊ່າງເຮັດ ຍອດຊໍ່ຟ້າ ສາລາໃຫຽ່ນີ້ ຈັດກຽມໄມ້ແກະສລັກຍອດຊໍ່ຟ້າເກັບເຊື່ອງໄວ້ຮຽບຮ້ອຍແລ້ວ ເມື່ອເວລາຕິດຍອດຊໍ່ຟ້າປາກົດວ່ານາຍຊ່າງໄດ້ລືມໄປ ເພາະໄມ້ທີ່ກຽມເຮັດຍອດຊໍ່ຟ້າຍັງບໍ່ທັນແຫ້ງພໍ ຈິ່ງຕົກລົງກັນວ່າ ຕ້ອງໄປຫາຊື້ຍອດຊໍ່ຟ້າໃຫ້ໄດ້ແລະເມື່ອທຸກຄົນໄປ ເຫັນຍອດ ຊໍ່ຟ້າທີ່ນາງສຸທັມມາກຽມໄວ້ແລ້ວ ນາງກໍ່ມອບຍອດຊໍ່ຟ້ານັ້ນ ໃຫ້ໂດຍຍໍ່ຄິດມູລຄ່າແຕ່ປະການໃດ ທຸກຄົນຈິ່ງຮັບເອົາ ຍອດຊໍ່ຟ້າ ນັ້ນມາຕິດສຳເຣັດຮຽບຮ້ອຍດີແລ້ວ ສາລາຫຼັງນີ້ຈຶ່ງມີຊື່ວ່າ ສາລາສຸທັມມາ ປາກົດສູ້ສາຍຕາຂອງຜູ້ຄົນທີ່ມາໃຊ້ບໍຣິການ ດ້ວຍຄຸນງາມຄວາມດີທີ່ທຸກຄົນຮ່ວມກັນບຳເພັນມາ ສິ້້ນຊີວິຕແລ້ວກໍ່ໄດ້ໄປເກີດເປັນເທພໃນ ສະຫວັນ ໂດຍຫົວໜ້າ ນາມວ່າ ມັກຄະມານົບກໍ່ໄດ້ເກີດເປັນພຣະຍາອິນຫຼືທ້າວສັກກະເທວະຣາຊໃນສະຫວັນຊັ້ນດາວະດິງ ສ່ວນນາງສຸທັມມາ ເມື່ອສິ້ນຊີວິຕແລ້ວໄດ້ໄປເກີດເປັນເມັຽຂອງພຣະຍາອິນແລະສາລາຫຼັງນັ້ນກໍ່ນຳຂື້ນມາມີຊື່ວ່າ ສາລາ ສຸທັມມາ ເປັນສາລາປະດັບປະດາໄປດ້ວຍແກ້ວ 7 ປະການ ມີແທ່ນປະທັບຂອງພຣະຍາອິນຢ່າງສວຍງາມ ສາລາຫຼັງນີ້ເປັນ ສະຖານທີ່ປະຊຸມຂອງເທວະດາເອີ້ນວ່າ ເທວະສະພາຫຼືທັມມະສະພາຫຼືສຸທັມມາສະພາ ດັ່ງນັ້ນ ທ່ານພຸທສາສະນິກະຊົນທັງຫຼາຍໄດ້ຮ່ວມສ້າງແລ້ວບໍ່ມີຊື່ທີ່ພັດທະສີມາ ທີ່ສາລາ ທີ່ກຸດຕິວິຫານກໍ່ດີ ກໍ່ຢ່າໄປສົນໃຈ ເຣື່ອງຊື່ ໃຫ້ສົນໃຈເຣຶ່ອງສັດທາເປັນສິ່ງສຳຄັນ ສັດທາເຮົາມີແລ້ວ ເຮົາບໍຣິຈາກແລ້ວ ເຮົາເຮັດແລ້ວ ຊື່ໃນເມືອງມະນຸດຈະເປັນຊື່ ຜູ້ໃດກໍ່ຕາມ ແຕ່ໃນສ່ວນອານິສົງສ໌ທຸກຄົນຍ່ອມໄດ້ເຊັ່ນດຽວກັນ ອານິສົງສ໌ຂອງການສ້າງຍອດຊໍ່ຟ້າ (1) ຊື່ວ່າທ່ານໄດ້ຝັງຂຸມຊັບໄວ້ໃນພຣະພຸທສາສນາ ເພາະຊັບຄືບຸນນີ້ໂຈຣລັກເອົາໄປບໍ່ໄດ້ ແລະຜູ້ຝັງຂຸມຊັບໄວ້ໃນ ພຣະພຸທສາສະນານີ້ ຍ່ອມໄດ້ຮັບອານິສົງສ໌ໃນເບື້ອງຕົ້ນ 6 ປະການຄື ເປັນຜູ້ມີຜິວພັນງົດງາມ (ສຸວັນນະຕາ) ມິສຽງມ່ວນ (ສຸສະຣະຕາ) ມີຊວດຊົງງາມ (ສຸສັນຖານັງ) ເປັນຜູ້ມີຮູບງາມ (ສຸຣູປະຕາ) ມີຄວາມເປັນໃຫຽ່ (ອາທິປັຈຈັງ) ແລະມີບໍຣິວານ (ປະຣິວາໂຣ) (2) ຊື່ວ່າທ່ານເປັນຜູ້ມີສ່ວນໃນການສ້າງພັດທະສີມາ ກຸຕິ ວິຫານໃຫ້ແລ້ວສົມບູນ ມິຄວາມສວຍງາມ ໜ້າເບິ່ງໜ້າຊົມ ຊື່ນຕາຊື່ນໃຈແກ່ຜູ້ໄດ້ເຫັນ (3) ຊື່ວ່າທ່ານໄດ້ບຸນກຸສົນອັນຍິ່ງໃຫຽ່ ອັນເປັນສຸພະນິມິດໃຫ້ທ່ານໄປເກີດໃນສະຫວັນ ຫຼັງຈາກມໍຣະນາກາລແລ້ວ (4) ຊື່ວ່າທ່ານເປັນຜູ້ມີສັດທາ ບໍຣິຈາກຊັບເພື່ອບໍາຣຸງພຣະພຸທສາສນາ

ເພຈທີ່ອ້າງອີງ : http://www.dhammalao.com/371637513762374537583769378537763738376737853757371937333771378537373713378437733751371337613738374237613732373537603754376537453762.

html http://lanxangliterature.blogspot.com/2011/09/blog-post_6397.html

ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple

ความคิดเห็น