ປະຫວັດຕ່າງໆ

แสดงเพิ่มเติม

ວັດພຣະມະຫາທາຕຸ ຣາຊບໍວໍຣະວິຫາຣ ນະຄອນຫລວງະຣະບາງ

 

ພຣະເຈົ້າໄຊຍະເສດຖາທິຣາຊຊົງສ້າງປີເປິກສັນ ຈ.ສ.910 (ຄ.ສ.1548, ພ.ສ.2091) ເດືອນ 7 ອອກໃໝ່ 10 ຄ່ຳ ວັນສຸກ ມື້ຮວາຍຍີ່ ຍາມພາດລັ່ນ ມື້ຄ່ຳລຶກຫັດຄູ. ເຈົ້ານາງຍອດຄຳພຣະນາງ ຫໍສູງ ພຣະຣາຊະທິດາ ພຣະເຈົ້າຊຽງໃໝ່ມະຫາພົມມະຣາຊະເມືອງເກດເກົ້າທີ່ 2 ອົງເປັນຣາຊະໄອຍະກາມະຫາເທວີເຈົ້າ ຕັ້ງພຣະສີມະຫາທາຕຸຣາຊບໍວໍຣະວິຫານຮານຮຽກວ່າທາດຖັນເມືອງ.








ມື້ສັງຂານຂຶ້ນຕອນແລງສົມເດັດຣາຊຄູໂຮງທຳ ເຈົ້າອາວາດວັດໃໝ່, ວັດຈອມສີ, ວັດຊຽງທອງ,         ວັດອາຮາມ ແລະ ວັດວິຊຸນ ໄດ້ຂີ່ວໍ່ໄປຫົດສົງພຣະພຸດທະຮຸບ ແລະປູ່ເຍີຍ່າເຍີຟ້ອນໃຫ້ຄົນຫາງເມືອງເບິ່ງ.

ວັດເກົ່າຖືກວາຍຸໄພລົ້ມລົງວັນຈັນ ເດືອນ5ແຮມ8ຄ່ຳ ປີກັດໃຄ້ ຈ.ສ.1261(ຄ.ສ.1899  ພ.ສ.2442)  ກົງກັບວັນທີ່ 23ເດືອນ4 ປີ 1900ເວລາ 18 ນາລິກາ ທັບຄົນຕາຍມີພຣະພັນ ພຣະໝັ້ນເທດສະໜາທຳ  ໝ່ອມພັນມານດາສາທຸ ຍິງທອງສີຫໍຄຳຝ່າຍໜ້າ ແມ່ເຖົ້າໄຂແລະແມ່ເຖົ້າທອງດິນັ່ງຟັງທຳ.

 ປີກົດເສັດ ຈ.ສ.1272 (ຄ.ສ.1910, ພ.ສ.2453)  ສົມເດັດເຈົ້າມະຫາອຸປະຣາຊບຸນຄົງ ຊົງປະຕິສັງຂອນຂຶ້ນໃໝ່ແທນທີ່ ກັບຊົງສ້າງພຣະເຈດີ 4 ລູກ ແລະກຳແພງເຕ້ຍອ້ອມທາດ.

 








ສົມເດັດເຈົ້າມະຫາອຸປະຣາຊບຸນຄົງ ທິວົງຄົດວັນຈັນ ເດືອນ9 ຂຶ້ນ7ຄ່ຳ ປີກົດສັນ ຈ.ສ.1282 (ພ.ສ.2463) ກົງກັບວັນທີ່ 23 ເດືອນ7 ປີ 1920 ເວລາ17ນາລິກາ 15ນາທີ ທີ່ພຣະຣາຊຊະວັງສີສຸວັນຫໍຄຳ  ຝ່າຍໜ້າ ໃຕ້ວັດທາດ ພຣະຊົນມາຍຸ 63 ປີ ຊົງດຳລົງຖານັນດອນສັກ ເປັນສົມເດັດພຣະຣາຊອານຸຊາຂອງ         ພຣະບາດສົມເດັດພຣະເຈົ້າສັກຣິນທຣ໌ 14 ປີ ແລະເປັນສົມເດັດພຣະຣາຊປິຕຸສາ ຂອງພຣະບາດສົມເດັດພຣະເຈົ້າສີສະຫວ່າງວົງ 13 ປີ.






ນັບຕັ້ງແຕ່ພຣະມະຫາຣາຊຄູເປັນສົມພານແລ້ວ ຖືກແຕ່ງຕັ້ງເປັນສົມເດັດພຣະສົງຄະລາດ ໄປຢູ່ວັດໃໝ່ສຸວັນນະພູມມາຣາມປີຮັບເໝົ້າ ຈ.ສ.1277 (ຄ.ສ.1915, ພ.ສ.2458), ພຣະມະຫາຣາຊະຄູຄຸນແທນແລ້ວ ຖືກຕັ້ງເປັນພຣະສັງຄະຣາຊມໍຣະນະພາບປີຮ້ວງມົດ ຈ.ສ.1293 (ຄ.ສ.1931  ພ.ສ.2474), ພຣະຕັນເປັນເຈົ້າອາທິການແລ້ວ ລາອອກຈາກຕຳແໜ່ງເພາະເຖົ້າແກ່ຊະຣາ, ພຣະຖິຕະປຸນໂຍບຸນທັນ ລາທິກຸນ ມາແທນປີຮ້ວງເໝົ້າຈ.ສ.1313 (ຄ.ສ.1951, ພ.ສ.2494) ແລ້ວຂຶ້ນເປັນເຈົ້າຄະນະຕາແສງໃຕ້ ໄດ້ເລີກຫຼັງຄາວັດແປງໃໝ່ ເອົາຊີເມັນຫຼໍ່ຄານປາຍຝາ, ເທີງປະຕູ ແລະປ່ອງຢ້ຽມ ເຮັດເພດານປະດັບດອກພອກຄຳ ພຣະຫູມແພງ    ເຫມະປັນໂຍ ອາຍຸ 83 ປີ ເປັນຜູ້ແຕ້ມດອກສັບຕີນ, ພອກຄຳເສົາລະບຽງແຂນນາງ, ດອກສີໜ້າຝ່າຍໜ້າຝ່າຍກອຍ, ປູຟື້ນດ້ວຍຫີນອ່ອນ, ຝາພຣະນັກລະບຽງຮອບແລະຂັ້ນໄດແປງໃໝ່ໝົດ, ກໍ່ກຳແພງດ້ານທາງຫຼວງໃຫຍ່ ຂະໜານນາມວັດເປັນວັດພຣະສີມະຫາທາດ ຣາຊບໍວໍຣະວິຫານຕາມຊື່ເດີມ.

ຄັນເຖິງລະດູໃໝ່ເດືອນ 5 ເຈົ້າອາວາດໄດ້ຂີ່ວໍ່ເມືອຫົດສົງພຣະພຸດທະຮູບວັດວີຊຸນແລະວັດຊຽງທອງທຸກປີ ຕັ້ງແຕ່ອາດີດສະໄໝມາ ແຕ່ປະເພນີຄົບງັນຮັກສາພຣະພຸດທະຮູບລົງສົງເດືອນ 5 ແລະເຮືອແຫງມຊ່ວງກັບເຮືອແຫງມວັດຊຽງທອງ ຖວາຍພຣະຍານາກຮັກສາຕົວເມືອງ ເດືອນ 12 ຂຶ້ນ 13 ຄ່ຳນັ້ນໄດ້ຢຸດຕິປີເຕົາສະງ້າ ຈ.ສ.1304 (ຄ.ສ.1942, ພ.ສ.2485) ໃນລັດສະການສົມເດັດພຣະເຈົ້າສີສວ່າງວົງສ໌.

ความคิดเห็น